ກຸ່ມຜ້າຈົກໄຫມສີເຄມີຜ້າເຈົ້າຟ້າງຸ່ມ ແລະ ກຸ່ມຜ້າຈົກໄຫມ ສີທຳມະຊາດຂອງລາວ ສາມາດຄວ້າລາງວັນ Top Award 1 ແລະ 3 ໃນເມື່ອ 5 ສິງຫາ 2009 ນີ້ ທີ່ປະເທດໄທ ໃນລາຍການແຂ່ງຂັນຜະລິດຕະພັນໄຫມ ມ້ອນບັນດາປະເທດອາຊຽນ.
ທ່ານ ນາງ ສົມພະຈັນ ສີຣິສັກ ຫົວຫນ້າຫ້ອງການສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ກອງປະຊຸມສຳມະນາກ່ຽວກັບການຮ່ວມມື ໄຫມມ້ອນບັນດາປະເທດອາຊຽນ ເຂົ້າຮ່ວມປຶກສາຫາລືການສ້າງຕັ້ງສະມາຄົມຜ້າໄຫມມ້ອນອາຊຽນນີ້ເພື່ອປະກວດແຂ່ງຂັນຜະລິດຕະພັນ ໄຫມມ້ອນ ແລະ ການອອກແບບເຄື່ອງນຸ່ງໄຫມມ້ອນ ແລະ ວາງສະແດງ ASEAN Fashion ແລະການວາງສະແດງຂາຍສິນຄ້າໄຫມ ມ້ອນ ແລະ ວຽກງານປະກວດແຂ່ງຂັນຜະລິດຕະພັນໄຫມມ້ອນບັນດາປະເທດອາຊຽນທີ່ໄດ້ເຂົ້າຮ່ວມການປະກວດແຂ່ງຂັນຄັ້ງນີ້ ເປັນຄັ້ງ ທຳອິດແລະມີ 5 ປະເທດທີ່ເຂົ້າຮ່ວມຄື ສປປ ລາວ, ໄທ, ອິນໂດເນເຊຍ, ມຽນມາ, ມາເລເຊຍ ເຊິ່ງໃນການປະກວດຄັ້ງນີ້ໄດ້ແບ່ງອອກ ເປັນ 4 ກຸ່ມໃຫຍ່ຄື: ກຸ່ມຜ້າໄຫມພື້ນ (ສີທຳມະຊາດ ແລະ ສີເຄມີກຸ່ມຜ້າໄຫມ ມັດມີ່ສີທຳມະຊາດ ແລະ ສີເຄມີກຸ່ມຜ້າໄຫມຕ່ຳເຕັກນິກພິ ເສດຄືຜ້າຈົກ: ຜ້າຄິດ, ຜ້າຍົກມຸກ, ຜ້າຍົກທອງ, ຍົກເງິນ, ຜ້າໄຫມເກາະຜ້າໄຫມຫາງກະຮອກ (ສີທຳມະຊາດ ແລະ ສີເຄມີ) ກຸ່ມອອກ ແບບຊຸດຜ້າໄຫມ (ຍິງ ແລະ ຊາຍ) ຈິ່ງໄດ້ຄັດເລືອກ ແລະ ຕິດສິນໃຫ້ຄະແນນ ແລະ ໃຫ້ລາງວັນປະກວດມີຊື່ຜ້າໄຫມໄດ້ຮັບລາງວັນຄື: ທ່ານ ນາງ ມະນີວອນ ແກ້ວມະນີ ຜູ້ອຳນວຍການຮ້ານຫັດຖະກຳໄຫມລາວແຂວງຫົວພັນ ໄດ້ຮັບລາງວັນຜ້າໄຫມອາຊຽນ Top Award ແລະ ລາງວັນ 1 ແລະ 3 ໃນ Trophy Award ແລະ ນາງ ກົມມະລີ ຈັນທະວົງ ຜູ້ອຳນວຍການບໍລິສັດປູກມອນລ້ຽງມ້ອນ ແຂວງ ຊຽງຂວາງ ໄດ້ຮັບລາງວັນຜ້າໄຫມອາຊຽນ 1 ແລະ 2 Trophy Award. ທ່ານນາງ ສີອອນ ແກ້ວບຸນລາ ຜູ້ອຳນວຍການຮ້ານ ສີອອນ ຫັດຖະກຳ ໄດ້ຮັບລາງວັນຜ້າໄຫມອາຊຽນ 2 ແລະ 3 Trophy Award ໃນຜ້າລາຍນົກຍູງ ແລະ ສິ້ນລາຍໂຄມ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2009 ທີ່ສະມາຄົມນັກຂ່າວແຫ່ງສປປ ລາວ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຣັຊນີ ກອນນານົງປະທານສະມາຄົມຫັດຖະກຳລາວ ມີທ່ານ ສົມສະນຸກ ມີໄຊທີ່ປຶກສາ ອາວຸໂສສະມາຄົມຫັດຖະກຳລາວ ທັງເປັນ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ມີບັນດາຂະແຫນງສິ່ງພິມຕ່າງໆ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
Ecom
Posted by
samakomlao
Tuesday, September 1, 2009
0 comments