ຫົວຂໍ້ຂ່າວ ທີ່ສໍາຄັນ
ເພັງໃຫມ່ຂອງຕຸລີ ມາແຮງທີ່ສຸດ
ຫລາຍຄົນຄົງຈະຄຸ້ນຫນ້າຄຸ້ນຕາສາວນ້ອຍສຽງດີຈາກແຂວງຫລວງພະບາງ "ຕຸລີ່" ເຈົ້າຂອງເພງດັງ"ເຈັບບໍ່ຈຳ" ເຊິ່ງເພງນີ້ເຄີຍຂຶ້ນ ອັນດັບ1 ຂອງຄື້ນວິທະຍຸຕ່າງໆມາແລ້ວ, ຫລ້າສຸດ ຕຸລີ່ ໄດ້ປ່ອຍເພງໃນອາລະຊຸດໃຫມ່ ມາໃຫ້ແຟນເພງໄດ້ຟັງກັນແລ້ວ ໃນບົດເພງທີ່ມີ ຊື່ວ່າ "Be My Chocolate" ເຊິ່ງເປັນການກັບມາພ້ອມການຮ່ວມງານກັບຄ້າຍເພງໃຫມ່ຂອງພິທີກອນຊື່ດັງຫນຸ່ມ "ອາແລັງ".
ຕຸລີ່ ແຈ້ງເກີດໃນເສັ້ນທາງວົງການເພງໃນປີ 2007 ສັງກັດໃນຄ້າຍເພງວາເລນທາຍມິວສິກແລະເພງທີ່ສ້າງຊື່ສຽງໃຫ້ ຕຸລີ່ ກາຍເປັນ ທີ່ຮູ້ຈັກຂອງແຟນເພງທົ່ວປະເທດກັບບົດເພງ "ເຈັບບໍ່ຈຳ" ໃນຜົນງານອາລະບຳຊຸດທຳອິດຂອງຕຸລີ່ຈົນສົ່ງໃຫ້ສາວນ້ອຍຈາກແຂວງຫລວງ ພະບາງຄົນນີ້ ຄ້ວາລາງວັນນັກຮ້ອງນ້ອງໃຫມ່ດີເດັ່ນແຫ່ງປີ 2008 ໄປຄອງໃນງານປະກາດຜົນລາງວັນລາວມິວສິກອາວອດ 2008.
ຫລັງຈາກຫມົດສັນຍາກັບຄ້າຍ ວາເລນທາຍມິວສິກ ຫວ່າງທ້າຍປີ 2008 ຕຸລີ່ ກໍ່ປາກົດຕົວເທິງເວທີອີກເທື່ອຫນຶ່ງ. ຕຸລີ່ ກັບມາພ້ອມ ຜົນງານເພງໃຫມ່ຫລ້າສຸດ "Be My Chocolate" ເປັນເພງໄວແລະໃນເພງນີ້ ຕຸລີ່ ໄດ້ສະແດງຄວາມສາມາດດ້ານການຮ້ອງເພງ ແລະ ການເຕັ້ນໃຫ້ແຟນເພງໄດ້ຊົມມາແລ້ວ ເທິງເວທີການມອບໂຊກຂອງເນດສກາເຟມາແລ້ວ 9 ແຂວງ ແຕ່ການກັບມາເທື່ອນີ້ ຕຸລີ່ ໄດ້ເປັນ ສິລະປິນສັງກັດຂອງຄ້າຍຄົມປນຍາ ເອັນເຕີເທນເມັນ (KOMPANYA Entertainment) ເຊິ່ງເປັນຄ້າຍເພງນ້ອງໃຫມ່ ເຊິ່ງເຈົ້າຂອງ ຄ້າຍເພງນີ້ເປັນຂອງພິທີກອນ ແລະ ນັກຈັດລາຍການຊື່ດັງນັ້ນກໍ່ຄື ຫນຸ່ມ "ອາແລັງ" ນັ້ນເອງ.
ສາເຫດຂອງການຍ້າຍຄ້າຍເພງໃຫມ່ນີ້ ຕຸລີ່ ບອກວ່າ "ຮູ້ຈັກກັບເຈົ້າຂອງຄ້າຍເປັນການສ່ວນຕົວ ແລະຕົນເອງຢາກຈະຮ່ວມງານນຳ ຈິ່ງຕັດສິນໃຈເຂົ້າມາສັງກັດໃນຄ້າຍຄົມປັນຍານີ້. ສ່ວນສາເຫດອື່ນ ຕຸລີ່ຂໍເກັບໄວ້ເປັນຄວາມລັບ" ນີ້ຄືຜົນງານອາລະບຳຊຸດທີ2 ຂອງສາວ ຄົນນີ້ ແຕ່ເປັນອາລະບຳຊຸດທີ1 ໃນຖານະເປັນສິລະປິນສັງກັດຂອງຄ້າຍເພງຄົມປັນຍານີ້.
ປະຈຸບັນ ຕຸລີ່ ໄດ້ປ່ອຍເພງເປີດຕົວ "ຈາກໄປດ້ວຍນໍ້າຕາ" ໃຫ້ແຟນເພງໄດ້ຟັງກັນແລ້ວທາງຄື້ນວິທະຍຸ ແລະທາງໂທລະພາບ ເຊິ່ງເພງນີ້ກຳລັງໄດ້ຮັບຄວາມນິຍົມຢູ່ໃນຂະນະນີ້.
ອີຄອມ
ນາງສາວລາວປີນີ້ຈະແມ່ນໃຜ?
ພາຍຫລັງປ່ຽນຊື່ຈາກ ນາງສາວອາພອນລາວ ມາເປັນ ນາງສາວລາວເພື່ອຍົກລະດັບການປະກວດ ໃຫ້ສູງຂຶ້ນ ກຽມກ້າວໄປສູ່ເວທີປະກວດນາງງາມໂລກ, ທາງຄະນະຜູ້ຮັບຜິດຊອບໂຄງການປະກວດຈຶ່ງເພີ່ມລາງວັນໃຫ້ຕຳແໜ່ງນາງສາວລາວມູນຄ່າ 100 ກວ່າລ້ານກີບໃນນັ້ນ ລວມລົດໃຫຍ່ຍີ່ຫໍ້ BYDພ້ອມ, ນອກຈາກນີ້ ກໍຍັງມີອີກຫລາຍໆລາງວັນສຳລັບຜູ້ເຂົ້າປະກວດລວມມູນຄ່າ 350 ລ້ານກວ່າກີບ ເຊິ່ງການຖະແຫລງຂ່າວຈັດການປະກວດນາງສາວລາວ 2009 ຫລື Miss LAOS 2009 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 7 ກັນຍາຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ພ້ອມມີຄະນະຊີ້ນຳໂຄງການ ແລະສື່ມວນຊົນຈາກພາກສ່ວນ ຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະປະທານຜູ້ຊີ້ນຳໂຄງການໄດ້ເປີດເຜີຍວ່າ: “ໂຄງການນາງສາວລາວ ແມ່ນໂຄງການ ທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວ ແຕ່ປີ 2006-2008 ເຊິ່ງສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ບໍລິສັດ ເຄແອນ ຊີ ຈຳກັດເປັນຜູ້ຈັດຕັ້ງການປະກວດຂຶ້ນ, ແຕ່ນາງສາວອາພອນລາວ ເປັນຕົວແທນໃຫ້ແກ່ ດ້ານການນຸ່ງຖືຂອງແມ່ ຍິງລາວເທົ່ານັ້ນ ຈຶ່ງປ່ຽນມາເປັນ “ນາງສາວລາວ” ໃຫ້ເປັນຕົວແທນຢ່າງຮອບດ້ານໃຫ້ແກ່ແມ່ຍິງສາວລາວໃນທົ່ວປະເທດ ເພື່ອຕອບສະໜອງ ກັບ ສະພາບການໃນໄລຍະໃຫມ່. ສຳລັບເວທີການປະກວດສາວງາມລະດັບໂລກ ລາວເຮົາກໍມີຄວາມຝັນຢາກກ້າວໄປເຖິງຈຸດນັ້ນຄືກັນ ເພາະປະເທດລາວ ບໍ່ເຄີຍຢຸດຢູ່ບ່ອນເກົ່າ. ດັ່ງທີ່ພວກເຮົາຮັບຮູ້ນຳກັນວ່າ ປີ 2020 ລາວຈະພົ້ນອອກຈາກຄວາມທຸກຍາກກ້າວໄປສູ່ຍຸກດິຈິຕອນ ແມ່ຍິງລາວກໍຕ້ອງເກັ່ງ ມີຄວາມຮູ້ ຄວາມສາມາດຄຽງຄູ່ກັບ ຄວາມງາມໂດຍບໍ່ນ້ອຍໜ້າສາວງາມຈາກປະເທດອື່ນ. ດັ່ງນັ້ນ ພວກເຮົາຈຶ່ງຊອກທຸກວິທີທາງເພື່ອໃຫ້ສາວງາມ ທົ່ວປະເທດໄດ້ເຂົ້າຮ່ວມ ການປະກວດໃນຄັ້ງນີ້ ບໍ່ວ່າຈະຢູ່ໃນຕົວເມືອງ ຫລື ຫ່າງໄກສອກຫລີກ ຖ້າຫາກມີເງື່ອນໄຂດັ່ງທີ່ກອງປະກວດໄດ້ວາງມາດຖານໄວ້ກໍໃຫ້ເຂົ້າມາ ສ່ວນເລື່ອງກິນຢູ່ພັກເຊົາ ກໍຈະຂໍໃຫ້ ພາກສ່ວນສະພາອຸດສາຫະກຳ ແລະການຄ້າຊ່ວຍ ”.
ຄະນະຊີ້ນຳໂຄງການປະກວດນາງສາວລາວ ໄດ້ສະເໜີລາງວັນທີ່ຈະໄດ້ຮັບວ່າ: “ສຳລັບຕຳແໜ່ງນາງສາວລາວ 2009 ຈະໄດ້ຮັບເງິນລາງວັນມູນຄ່າ 50 ລ້ານກີບ ພ້ອມລົດໃຫຍ່ຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ, ຊຸດຄຳໜັກ 3 ບາດ ພ້ອມມົງກຸດ ແລະ ອື່ນໆ ສ່ວນຮອງອັນດັບ 1 ໄດ້ເງິນລາງວັນ 20 ລ້ານກີບ ແລະ ຮອງອັນດັບ 2 ໄດ້ຮັບເງິນລາງວັນ 15 ລ້ານກີບ ສຳລັບຮອງອັນດັບ 3 ໄດ້ຮັບເງິນລາງວັນຜູ້ລະ 10 ລ້ານກີບ ພ້ອມນີ້ກໍຍັງມີ ລາງວັນຂວັນໃຈມວນຊົນ 5 ລ້ານກີບ, ລາງວັນ ຂວັນໃຈ ຊ່າງ ພາບ 5 ລ້ານກີບ, ລາງວັນຂວັນໃຈມິດຕະພາບ 5 ລ້ານກີບ ສ່ວນຜູ້ຕົກຮອບ ຈະໄດ້ຮັບເງິນສົດຄົນລະ 3ລ້ານກີບ ແລະ ນາງສາວລາວທັງ 5 ຕໍາແໜ່ງ ຍັງຈະໄດ້ທຶນການສຶກສາປະລິນຍາໂທ ຢູ່ວິທະຍາໄລຄອມເຊັນເຕີ ອີກດ້ວຍ. ຢ່າງໃດກໍຕາມ, ໂຮງຮຽນ ຫລື ແຂວງທີ່ສົ່ງນາງສາວເຂົ້າປະກວດຖ້າວ່າ ນາງສາວ ໄດ້ຮັບຕຳແໜ່ງ ຊະນະເລີດ ພາກສ່ວນທີ່ກ່ຽວຂ້ອງນັ້ນຈະໄດ້ຮັບເງິນສົດ 5 ລ້ານກີບ. ຖ້ານາງສາວໄດ້ຮັບຕໍາແໜ່ງຮອງອັນດັບ 1, 2 ແລະ 3 ສະຖາບັນແຂວງ ທີ່ສົ່ງເຂົ້າປະກວດຈະໄດ້ຮັບເງິນສົດ 3 ລ້ານກີບ”.
ເລີ່ມເປີດຮັບສະຫມັກສຳລັບພາກກາງ ຢູ່ນະຄອນຫລວງວຽງຈັນ ທີ່ ບໍລິສັດ ເຄ ແອນ ຊີ ຈຳກັດ ແຕ່ວັນທີ 14-18 ກັນຍາ 2009; ພາກໃຕ້: ແຂວງສະຫວັນນະເຂດ ໂຮງແຮມ ດາວສະຫວັນ ລີສອດ ແຕ່ວັນທີ 14-16 ກັນຍາ 2009 ຢູ່ແຂວງ ຈຳປາສັກ ໂຮງແຮມຈຳປາສັກພາເລດ ແຕ່ວັນທີ 17-19 ກັນຍາ 2009; ພາກເໜືອ: ແຂວງຫລວງ ພະບາງ ໂຮງແຮມ ວິນລາ ສັນຕິ ແຕ່ວັນທີ 14-16 ກັນຍາ 2009 ສ່ວນແຂວງອື່ນໆ ແມ່ນສາມາດ ເຂົ້າຮັບໃບສະຫມັກດ້ວຍຕົນເອງ ທີ່ຫ້ອງວ່າການແຂວງ, ສະຖາບັນການສຶກສາ ແລະ ສະຖານທີ່ທີ່ມີເຄື່ອງຫມາຍກອງປະກວດທົ່ວໄປຕັ້ງແຕ່ວັນທີ 14-18 ກັນຍາ 2009 ແລ້ວສົ່ງໃບສະຫມັກມາທີ່ ບໍລິສັດ ເຄ ແອນ ຊີບໍ່ໃຫ້ເກີນວັນທີ 18 ກັນຍານີ້.
ລາວອາຣ໌ທມີເດຍ ອອກມາແກ້ຂ່າວເລື້ອງ ສະບາຍດີຫຼວງພະບາງ 2
ແຕ່ຕອນຈົບຂອງຮູບເງົາເລື່ອງ "ສະບາຍດີຫລວງພະບາງ" ໄດ້ສ້າງຄວາມສົງໄສໃຫ້ກັບຜູ້ທີ່ໄດ້ຊົມວ່າ "ຮູບເງົາເລື່ອງນີ້ຕ້ອງມີຕໍ່ພາກ 2 ເພາະວ່າມັນຈົບແບບງົງໆ ພະເອກ-ນາງເອກບໍ່ສົມຫວັງກັບຄວາມຮັກ ແລະ ເມື່ອຕົ້ນປີ 2009 ທີ່ຜ່ານມາ ເຄີຍມີກະແສຂ່າວອອກມາ ວ່າ ຈະມີການສ້າງຮູບເງົາສະບາຍດີຫລວງພະບາງພາກ 2 ຈິ່ງເຮັດໃຫ້ແຟນຮູບເງົາຫລາຍໆຄົນລໍ ຖ້າຕິດຕາມຢາກຊົມຕອນຈົບ.
ຈາກກະແສຂ່າວທີ່ໄດ້ຍິນແວ່ວໆວ່າຈະມີການສ້າງຮູບເງົາເລື່ອງ "ສະບາຍດີຫລວງພະບາງພາກ 2" ໃນໄລຍະຜ່ານມາ ເມື່ອມີກະແສ ຂ່າວອອກມາແບບນີ້ທາງທີມຂ່າວຂອງພວກເຮົາຈິ່ງບໍ່ຊ້າ ຟ້າວເຂົ້າໄປສອບຖາມລາຍລະອຽດກັບທີມຜູ້ສ້າງຮູບເງົາຂອງລາວອາຣ໌ທມີເດຍ ເຊິ່ງທາງທີມງານໄດ້ເຜີຍໃຫ້ຮູ້ວ່າທາງລາວອາຣ໌ທມີເດຍຍັງບໍ່ໄດ້ຕັດສິນໃຈ ຢ່າງໃດເທື່ອກ່ຽວກັບການສ້າງຮູບເງົາເລື່ອງ "ສະບາຍດີຫລວງ ພະບາງພາກ 2" ແຕ່ກໍ່ອາດຈະເປັນໄປໄດ້ໃນອະນາຄົດ ຖ້າຫາກວ່າທຸກສິ່ງທຸກຢ່າງມັນລົງຕົວ ແລະ ມີຄວາມພ້ອມ. ຖ້າຫາກວ່າຈະມີ ການສ້າງພາກຕໍ່ໄປອີ່ຫລີ ແນ່ນອນວ່ານັກສະແດງທັງຫມົດທັງຕົວເອກ ແລະ ຕົວສຳຮອງ ຈະຕ້ອງເປັນຄົນເກົ່າລວມເຖິງໂຄງເລື່ອງຕ້ອງ ມີຄວາມສອດຄ່ອງ ແລະ ຕໍ່ເນື່ອງຈາກພາກທຳອິດນຳ.
ສຳລັບຕອນນີ້ທ່ານຜູ້ອ່ານຈິ່ງຫມັ້ນໃຈໄດ້ວ່າ ທາງລາວອາຣ໌ທມີເດຍຍັງບໍ່ມີໂຄງການຈະສ້າງພາກ 2 ຂອງຮູບເງົາເລື່ອງດັ່ງກ່າວເພາະ ວ່າຂະນະນີ້ທາງລາວອາຣ໌ທມີເດຍກຳລັງ ຂຸ້ນຂ້ຽວເລັ່ງເປີດກ້ອງເດີນຫນ້າຖ່າຍທຳຮູບເງົາເລື່ອງໃຫມ່ "ຂໍພຽງຮັກ" ເຊິ່ງເປັນຮູບເງົາເລື່ອງ ທີ 4 ຂອງລາວອາຣ໌ທມີເດຍທີ່ໄດ້ 2 ນັກຮ້ອງຊາຍຂວັນໃຈສາວໆ ຄື "ໄຊ" ຫນຸ່ມຜິວເຂັ້ມ (ວົງເອວເອຟາຍ) ມາຮັບບົດເປັນພະເອກໃນ ເລື່ອງ ແລະ ຫນຸ່ມ "ຕາມ່ອງ" ຫນຸ່ມຫນ້າໄສ (ວົງເອວເອຟາຍ) ມາຮັບບົດເປັນໂຕກົງນຳອີກ.
ແຟນຮູບເງົາທຸກຄົນກຽມຊົມ ແລະ ໃຫ້ກຳລັງໃຈກັນໄດ້ ໃນຮູບເງົາເລື່ອງ "ຂໍພຽງຮັກ" ເຊິ່ງມີກຳນົດອອກສາຍພ້ອມກັນທົ່ວປະເທດ ໃນທ້າຍປີ 2009 ນີ້.
ນາງເອກລະຄອຂໍພຽງຮັກ
ນາງສາວອາພອນລາວ ປ່ຽນຊື່ເປັນ ນາງສາວລາວ ກຽມຂຶ້ນທຽບເວທີໂລກ
ນາງສາວອາພອນລາວ ຍົກລະດັບເປັນ ນາງສາວລາວ ຫວັງປູທາງໃຫ້ນາງສາວລາວກ້າວສູ່ລະດັບພາກພື້ນ ແລະ ສາກົນເທື່ອ ລະກ້າວ; ຂະນະທີ່ຮູບແບບຂອງການປະກວດຄວາມງາມ ຍັງຮັກສາເດີມຄືກັບການປະກວດ ນາງສາວອາພອນລາວໃນປີທີ່ຜ່ານມາ.
ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຮ່ວມກັບສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ສູນກາງສະຫະພັນແມ່ຍິງລາວ, ກຸ່ມບໍ ລິສັດເຄແອນຊີ ຈຳກັດ ໄດ້ຈັດໃຫ້ມີການຖະແຫລງຂ່າວ ງານປະກວດນາງສາວລາວ ປີ 2009 ຂຶ້ນຢ່າງເປັນທາງການໃນມື້ວານນີ້ທີ່ໂຮງ ແຮມດອນຈັນພາເລດ ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ວັດທະ ນະທຳ, ທ່ານ ສີແພງ ວົງປັນຍາ ຫົວຫນ້າກົມວັດທະນະທຳມະຫາຊົນ. ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ຮອງຫົວຫນ້າໂຄສະນາອົບຮົມ ແລະ ວັດທະນະທຳສູນກາງສະຫະພັນແມ່ຍິງລາວ, ຮອງປະທານກຸ່ມບໍລິສັດ ເຄແອນຊີ ຈຳ ກັດ, ອຳນວຍການບໍລິສັດເຄແອນຊີ ຈຳກັດ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການນາງສາວລາວ ແລະ ແຜນການເຄື່ອນໄຫວຕົວຈິງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ໃນການປະກວດນາງສາວລາວປີ 2009 ນີ້ຖື ວ່າເປັນຄັ້ງທຳອິດເຊິ່ງຈະໄດ້ຈັດ ໃຫ້ມີຂຶ້ນໃນວັນທີ 21 ພະຈິກ 2009, ເຊິ່ງການປະກວດຄັ້ງນີ້ແມ່ນມີຈຸດປະສົງເພື່ອເຮັດໃຫ້ການປະກວດນາງສາວມີຄວາມໃກ້ຄຽງກັບບັນ ດາປະເທດໃນພາກພື້ນ ແລະ ສາກົນ, ທັງເປັນການເຮັດໃຫ້ນາງສາວລາວ ໄດ້ກ້າວຂຶ້ນສູ່ເວທີປະກວດໃນລະດັບສາກົນ, ເຖິງຢ່າງໃດກໍ່ ຕາມ ການປະກວດດັ່ງກ່າວແມ່ນຈະມີຄວາມຄ້າຍຄືກັນກັບການປະກວດຂອງປະເທດທີ່ຢູ່ອ້ອມຂ້າງຂອງ ສປປ ລາວ, ແຕ່ການປະກວດ ແມ່ນຈະໄດ້ຄ່ອຍດຳເນີນໄປຕາມຈັງຫວະ.
ໂຄງການນາງສາວລາວແມ່ນໂຄງການຫນຶ່ງທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວທີ່ໄດ້ເລີ່ມຈັດມາແຕ່ປີ 2006-2008 ໂດຍແມ່ນສູນກາງສະຫະພັນແມ່ຍິງລາວ ຮ່ວມກັບບໍລິສັດເຄແອນຊີຈຳ ກັດເປັນຜູ້ຂຶ້ນ. ໃນໄລຍະຜ່ານມາງານປະກວດນາງສາວອາພອນ ລາວຖືວ່າປະສົບຜົນສຳເລັດເປັນຢ່າງດີ ແລະ ໄດ້ຮັບຄວາມນິຍົມຈາກມວນຊົນທັງພາຍໃນ ແລະຕ່າງປະເທດຢ່າງກວ້າງຂວາງ. ແຕ່ເຖິງ ຢ່າງໃດກໍ່ຕາມ ການປະກວດດັ່ງກ່າວກໍ່ເປັນພຽງແຕ່ດ້ານການນຸ່ງຖຶຂອງແມ່ຍິງລາວເທົ່ານັ້ນ ແຕ່ຫາກຍັງບໍ່ສາມາດເປັນຕົວແທນໄດ້ຢ່າງ ຮອບດ້ານໃຫ້ແກ່ຍິງສາວລາວໃນທົ່ວປະເທດ, ດັ່ງນັ້ນທາງຄະນະກຳມະການຈັດງານຈິ່ງໄດ້ພ້ອມກັນຄົ້ນຄວ້າເຫັນວ່າມີຄວາມຈຳເປັນຕ້ອງ ໄດ້ປ່ຽນຊື່ງານປະກວດຈາກ "ນາງສາວອາພອນລາວ"ມາເປັນ"ນາງສາວລາວ" ເພື່ອຕອບສະຫນອງກັບສະພາບໃນໄລຍະໃຫມ່, ຮູບການ ນຸ່ງຖືກໍ່ຄືການຈັດງານ ຍັງອີງໃສ່ຮູບແບບເກົ່າຂອງງານປະກວດນາງສາວອາພອນລາວ. ການປະກວດນີ້ແມ່ນແນໃສ່ໃຫ້ກວມເອົາທຸກເຂດ ແຂວງໃນທົ່ວປະເທດ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຖ.ວ ກ່າວ.
ໃນການປະກວດນາງສາວລາວປະຈຳປີ 2009 ນີ້ ທາງຄະນະກຳ ມະການຈັດງານຈະໄດ້ເລີ່ມຮັບສະຫມັກຍິງສາວລາວເຂົ້າຮ່ວມປະ ກວດແຕ່ວັນທີ 14-18 ກັນຍາ 2009, ສຳລັບເຂດພາກກາງສະຫມັກທີ່ບໍລິສັດ ເຄແອນຊີ ຈຳກັດ, ພາກເຫນືອທີ່ແຂວງຫລວງພະບາງ ໂຮງແຮມ ວິນລາສັນຕິ ແຕ່ວັນທີ 14Œ16 ກັນຍາ 2009, ພາກໃຕ້ທີ່ແຂວງສະຫວັນນະເຂດໂຮງແຮມດາວສະຫວັນ ຣີສອດ ແຕ່ວັນທີ 14-16 ກັນຍາ 2009, ແລະ ທີ່ແຂວງຈຳປາສັກທີ່ໂຮງແຮມຈຳປາສັກພາເລດ ແຕ່ວັນທີ 17-19 ກັນຍາ 2009. ສຳລັບ ລາງວັນລວມ ມູນຄ່າຫລາຍກວ່າ 350 ລ້ານກີບ ໂດຍອັນດັບ 1 (ໄດ້ຮັບຕຳແຫນ່ງນາງສາວລາວປີ 2009) ຈະໄດ້ລາງວັນລວມມູນຄ່າ 50 ລ້ານກີບ ພ້ອມລົດໃຫຍ່ຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ, ຊຸດຄຳ 3 ບາດ, ພ້ອມມຸງກຸດ, ສາຍສະພາຍ ແລະດອກໄມ້. ນອກນັ້ນ ຍັງມີຜູ້ໃຫ້ການ ສະຫນັບສະຫນູນຄຳອີກ 5 ບາດ ສ່ວນວິທະຍາໄລຄອມເຊັນເຕີ ຍັງຈະໄດ້ໃຫ້ທຶນການສຶກສາລະດັບປະລິນຍາໂທ ແກ່ນາງສາວລາວທີ່ ໄດ້ອັນດັບ 1-5 ນຳອີກ.
ຢ້ຽມຢາມໜອງຟ້າ ທີ່ອັດຕະປື
ທ່ານທອງທັດ ແກ້ວບຸນມີໄຊ ຮອງຫົວຫນ້າຫ້ອງການທ່ອງທ່ຽວແຂວງອັດຕະປືໄດ້ໃຫ້ສຳພາດວ່າ: ອັດຕະປືເປັນແຂວງຫນຶ່ງທີ່ຕັ້ງຢູ່ທາງພາກໃຕ້ສຸດຂອງລາວ ເບື້ອງຕາເວັນອອກສຽງໃຕ້ເຊິ່ງນອນຢູ່ໃນເຂດສາມຫລ່ຽມພັດທະ ນາເສດຖະກິດລະຫວ່າງລາວ-ຫວຽດນາມ, ກຳປູເຈຍ ເຊິ່ງປະຈຸບັນກຳລັງ ສ້າງໃຫ້ເປັນເຂດພັດທະນາການສົ່ງເສີມ, ການຄ້າ, ການ ທ່ອງທ່ຽວໃນອະນຸພາກພື້ນສາມຫລ່ຽມເສດຖະກິດພັດທະນາ, ແຂວງອັດຕະປືເປັນ ແຂວງທີ່ມີມູນເຊື້ອຕໍ່ສູ້ອັນພິລາດອາດຫານຍາວນານ ມາຕັ້ງແຕ່ສະໄຫມບັນພະບູລຸດລາວ ໂດຍມີຕຳນານກ່າວ ຂານເລື່ອງພະເຈົ້າໄຊຍະເສດຖາທິລາດເຄື່ອນທັບລົງມາປາບກະບົດຂອມຈົນ ໄດ້ສີ້ນພະຊົນໃນດິນແດນແຫ່ງນີ້.
ນອກຈາກນີ້ ປະຫວັດສາດທີ່ຕິດພັນກັບຊາດລາວແລ້ວ ແຂວງອັດຕະປື ຍັງມີຄວາມໂດດເດັ່ນທາງດ້ານວັດທະນະທຳທີ່ເຕົ້າໂຮມ ແລະ ຢູ່ຮ່ວມກັນຂອງປະຊາຊົນບັນດາເຜົ່າ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ແລະ ແຂວງອັດຕະປືກໍ່ເປັນອີກແຂວງຫນຶ່ງ ທີ່ມີສະຖານທີ່ ແຫລ່ງທ່ອງທ່ຽວອັນສວຍສົດງົດງາມ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວຫນອງຟ້າຫນອງ ດັ່ງກ່າວເປັນແຫລ່ງທ່ອງທ່ຽວແຫ່ງຫນຶ່ງທີ່ ມີຊື່ສຽງ ແລະ ພວມໄດ້ຮັບຄວາມນິຍົມຊົມຊອບຂອງກຸ່ມນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອັນເນື່ອງມາຈາກຄວາມສວຍ ສົດງົດງາມ ແລະ ຫນ້າອັດສະຈັນນັ້ນເອງ ຈິ່ງເຮັດໃຫ້ມີຜູ້ຄົນສົນໃຈຕໍ່ແຫລ່ງທ່ອງທ່ຽວແຫ່ງນີ້ຄື: ຫນອງຟ້າເຊິ່ງຕັ້ງຢູ່ບໍລິເວນວັງຕັດທີ່ ຂຶ້ນກັບເມືອງຊານໄຊ ແຂວງອັດຕະປື ເຊິ່ງຫ່າງຈາກເທດສະບານເມືອງສາມັກຄີໄຊ ປະມານ 60 ກິໂລແມັດ ທ່ານຍັງໄດ້ກ່າວຕື່ມອີກ ວ່າ ຈາກການເລົ່າສືບທອດກັນມາຈົນເຖິງທຸກວັນນີ້ ຫນອງຟ້າເກີດມາຈາກສາຍນ້ຳເຊຂະຫມານໄຫລລົງມາປະສົມກັບນ້ຳເຊກອງຢູ່ໃນ ບໍລິເວນທ່າຂ້າມເຮືອໄປເມືອງພູວົງ ເຊິ່ງເປັນສະຖານທີ່, ເປັນບ່ອນທີ່ສາຍນ້ຳເຊກອງທີ່ລ່ອງລົງໄປສູ່ທະເລສາບອ່າວຕົງແກງປະເທດ ກຳປູເຈຍ.
ຫນອງຟ້າເກີດຂຶ້ນລະຫວ່າງກາງຫົວພູຈຸ້ມຈາກເສັ້ນທາງທີ 18 B ເຂົ້າໄປປະມານ 64 ກິໂລແມັດ ຈະໄປເຖີງບໍລິເວນຫນອງຟ້າຖື ວ່າເປັນຫນອງນ້ຳທີ່ໃຫຍ່ອັນຫນຶ່ງມີນ້ຳໃສສີຟ້າຕະຫລອດປີເຊິ່ງມີຄວາມ ກວ້າງ 1 ກິໂລແມັດມົນທົນ ສ່ວນຄວາມເລິກຍັງບໍ່ທັນມີໃຜຮູ້ ແນ່ນອນເທື່ອ.
ມາຮອດປະຈຸບັນນີ້ຍັງບໍ່ມີພາກ ສ່ວນໃດເຂົ້າໄປວັດແທກວ່າຫນອງຟ້າເລິກເທົ່າໃດແຕ່ຈາກການຄົ້ນຄວ່າ ບໍລິເວນຮອບຂ້າງຈິ່ງສັນນິ ຖານວ່າ ຫນອງຟ້າອາດເກີດມາຈາກພູໄຟລະເບີດຂຶ້ນ ເມື່ອຫລາຍໆພັນປີກ່ອນຈົນເກີດເປັນປ່ອງພູເຂົາ ໄຟໃຫຍ່ຈົນກາຍມາເປັນຫນອງ ຟ້າທຸກວັນນີ້ ແຕ່ມີ ຊາວບ້ານຈຳນວນຫນຶ່ງເຊື່ອວ່າ: ຫນອງຟ້າມີຄວາມສັກສິດຄືທຸກໆວັນສິນຈະປາກົດເຫັນແສງໄຟທີ່ສົ່ງແສງອອກມາ ຈາກພື້ນນ້ຳແລະມີນ້ຳປູນສີຂາວຂຶ້ນມາຈາກຫນ້ານ້ຳ ແຕ່ພິເສດໄປກວ່ານັ້ນໃນຫນອງຍັງ ມີແຕ່ປາຄໍ່ກັ້ງເທົ່ານັ້ນທີ່ອາໄສຢູ່ໃນຫນອງຟ້າ ຫລື ຫາກທ່ານນັກທ່ອງທ່ຽວຫາກມີໂອກາດໄປແຂວງອັດຕະປືຢ່າລືມໄປແວະຊົມ, ໄປສຳຜັດກັບສະຖານທີ່ດັງກ່າວໄດ້.
ມາຮ້ອງເພັງ ວຽງຈັນເກມ ນໍາກັນ
ນັກຮ້ອງ ບູລາຕິໂນ
* ໃຕ້ຂອບຟ້າສີຄາມ ຮອດຍາມແສງທອງສ່ອງບົວລະພາ
ມວນຊົນລາວເຮົາພາກັນມາ ລວມ6ລ້ານດວງໃຈເປັນເຈົ້າພາບຊີເກມ
ມາມາ ມາຮ່ວມກັນ ຈັບມືກ້າວໄປດ້ວຍກັນ ສ້າງສັນໃນເກມກິລາ
ມາມາ ມາຮ່ວມໃຈ ບໍ່ວ່າໃຜມາຈາກໃສ ສະແດງໄມຕຣີມີນໍ້າໃຈ
ວຽງຈັນເກມ ວຽງຈັນເກມ ວຽງຈັນເກມ ວຽງຈັນເກມ ເຮໆໆໆ
ຕ່າງຄົນຕ່າງທີ່ມາ ຕ່າງຊາດຕ່າງພາສາ
ວັນນີ້ພວກເຮົາມາ ດ້ວຍໃຈນັກກິລາ
ສ້າງມິດຕະພາບ ສ້າງສາຍສໍາພັນ ທີ່ນະຄອນຫຼວງວຽງຈັນ
ເວລາທີ່ຜ່ານມາ ທຸມເທໃຫ້ວັນນີ້
ຄວາມຫວັງທີເຮົາມີ ແຂ່ງຂັນໃຫ້ເປັນຫນື່ງ
ແຕ່ສິ່ງມີຄ່າ ຫຍິ່ງໃຫຍ່ກ່ວານັ້ນ ຄືມິດຕະພາບຂອງເຮົາ
ຄວາມມີນໍ້າໃຈ ໄມຕຮີຈິດ ຊີວິດສົດຊື່ນ ວຽງຈັນເກມ ເຮຮຮຮຮຮຮ
ມາຮ້ຈັກກັບ ກໍາແພງເມືອງວຽງຈັນ ກັນເທາະ
ພາຍຫຼັງທີ່ເຈົ້າຟ້າງຸ່ມໄດ້ເຕົ້າໂຮມເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງແລ້ວ ກໍຈັດລະບຽບການປົກ ຄອງຂຶ້ນ ເພື່ອນຳພາປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ ພ້ອມກັນນີ້ກໍໄດ້ເສີມຄວາມແຂງແກ່ນໃຫ້ແກ່ກອງທັບພະອົງ ທັງ ສ້າງທ່າສະໜາມປ້ອງກັນໃຫ້ໝັ້ນຄົງ ໃນຕົວເມືອງໃຫຍ່ຕ່າງໆ. ມາຮອດສະໄໝລາຊະການຂອງເຈົ້າໄຊເຊດຖາ ຊຶ່ງມີວິໄສທັດຫຼຽວເຫັນການໄກວ່າ: ຖ້າຈະສືບຕໍ່ເອົາເມືອງຊຽງ ທອງ ຫຼື ຫຼວງພະບາງ ເປັນເມືອງເອກຕໍ່ໄປແລ້ວ ອຸປະສັກ ຫຼື ຄວາມຫຍຸ້ງຍາກຕາມມາຄົງມີຫຼາຍ ໂດຍສະເພາະການວິໄຈ ແຫຼ່ງຂ່າວ ຫຼື ການໃຈ້ແຍກເຫດການພໍຮູ້ວ່າ ສັກດີນາຕ່າງປະເທດທີ່ຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ ພວມກຽມ ເຂົ້າຮຸກຮານອານາຈັກລ້ານຊ້າງ ແລະ ລ້ານນາ ຊຶ່ງມີກະສັດລາວອົງດຽວກັນໃນເວລານັ້ນ.
ດ້ວຍເຫັນວ່າທີ່ຕັ້ງຂອງການຍ້າຍມາຢູ່ທາງວຽງຈັນ ມີຄວາມເໝາະສົມກ່ວາຊຽງທອງ ເຈົ້າໄຊເຊດຖາ ຈຶ່ງຮຽກ ປະຊຸມບັນດາເສນາມຸນຕີ ເພື່ອການວາງແຜນປ້ອງກັນການຮຸກຮານຈາກສັກດີນາພະມ້າ ສະພາທີ່ປຶກສາເຈົ້າແຜ່ນດິນເຫັນ ພ້ອມກັນວ່າ ນະຄອນຊຽງທອງ ບໍ່ເໝາະສົມທີ່ຈະເປັນເມືອງຫຼວງຕໍ່ໄປ ເພາະຢູ່ໃກ້ກັບພະມ້າ ຊຶ່ງພວມເປັນປໍລະປັກກັນ ອາດ ຈະຍົກທັບມາຕີໄດ້ທຸກຍາມດ້ານໜຶ່ງນະຄອນຊຽງທອງ ມີແຕ່ພູເຂົາອ້ອມຮອບ ບໍ່ມີທາງຂະຫຍາຍ ສ່ວນວຽງຈັນ ເປັນເມືອງ ໃຫຍ່ ບໍລິເວນກວ້າງໃຫຍ່ໄພສານ ອຸດົມສົມບູນ ແລະ ຕັ້ງຢູ່ເຄິ່ງກາງອານາຈັກ ສະດວກແກ່ການປົກຄອງພາກເໜືອ ພາກໃຕ້ ດ້ານໜຶ່ງປະຊາຊົນນະຄອນວຽງຈັນ ກໍໜາແໜ້ນ ເປັນຊຸມທາງຄົມມະນາຄົມທາງບົກ ແລະ ທາງນ້ຳ ທັງເປັນບ່ອນສະດວກ ໃນການຕິດຕໍ່ລະຫວ່າງປະເທດ ໃນຍາມສະຫງົບ ນະຄອນຫຼວງວຽງຈັນ ເປັນສູນກາງປົກຄອງເສດຖະກິດ ວັດທະນະທຳ ເປັນຕົວແທນໃຫ້ແກ່ທົ່ວລ້ານຊ້າງ ໃນຍາມສົງຄາມ ກໍສາມາດສົ່ງກຳລັງຫຼວງອອກໄປປ້ອງກັນຕາມຊາຍແດນໄດ້ທັນເວລາ ຫຼື ສາມາດເຄື່ອນທັບຂອງທ້ອງຖິ່ນມາໄດ້ສະດວກດີ ຍ້ອນສະພາບການດັ່ງກ່າວຈຶ່ງຕົກລົງຍົກຍ້າຍນະຄອນຫຼວງປະເທດ ລາວລ້ານຊ້າງ ຈາກນະຄອນຊຽງທອງ ຫຼວງພະບາງ ມາຕັ້ງຢູ່ນະຄອນວຽງຈັນ ໃນປີ ຄ.ສ 1560 ແລະ ຕັ້ງຊື່ວ່າ: ນະຄອນ ວຽງຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ.
ການສ້າງສານະຄອນຫຼວງວຽງຈັນ ອັນຕົ້ນຕໍກ່ວາໝູ່ແມ່ນການສ້າງທ່າສະໜາມປ້ອງກັນ ລະບົບປ້ອງກັນເມືອງ ຫຼວງ ໂດຍເພິ່ນໄດ້ນຳພາກໍ່ສ້າງບູລະນະກຳແພງເມືອງທີ່ມີມາກ່ອນທັງ 3 ຊັ້ນ ອັນເປັນລະບົບປ້ອງກັນໄພທຳມະຊາດ ເຊັ່ນ: ໄພນ້ຳຖ້ວມ ແລະ ປ້ອງກັນຂ້າເສິກສັດຕູກຳແພງນີ້ ເພິ່ນໄດ້ສ້າງປ້ອມຍາມເປັນໄລຍະຫ່າງກັນພໍສາຍຕາຫຼຽວເຫັນໄດ້ຄັກໜ້າ ກຳແພງກໍຂຸດຮ່ອງນ້ຳຂະໜານໄປຕາມຄວາມຍາວຂອງກຳແພງ ຮ່ອງນ້ຳກວ້າງ 5-8 ແມັດ ເລິກຖ້ວມຫົວຄົນຢືນ ກຳແພງ ສູງກ່ວາຫຼັງຊ້າງໃຫຍ່ ມີຄົນຢືນ ຊຶ່ງຖືວ່າເປັນລະບົບປ້ອງກັນໄພທີ່ດີທີ່ສຸດໃນສະໄໝນັ້ນ ຖັດຈາກນັ້ນມາເພິ່ນກໍໄດ້ເອົາໃຈໃສ່ ບູລະນະ ແລະ ກໍ່ສ້າງທາງພຸດທະສາດສະໜາ ສ້າງວັດວາອາຮາມ ສ້າງພະພຸດທະຮູບ ພິເສດແມ່ນການກໍ່ສ້າງທາດຫຼວງ ວຽງຈັນ ໂດຍສ້າງກວມທາດເກົ່າໜ່ວຍໜຶ່ງ ສ້າງມາແຕ່ຄັ້ງສ້າງວຽງຈັນທຳອິດ ເມື່ອສ້າງທາດຫຼວງແລ້ວເພິ່ນກໍໃສ່ຊື່ວ່າ: "ທາດເຈດີໂລກະຈຸນລະມະນີ" ແຕ່ຄົນທົ່ວໄປເອີ້ນວ່າ ທາດຫຼວງ ແລະ ໃຊ້ເວລາກໍ່ສ້າງເຖິງ 6 ປີຈຶ່ງສຳເລັດ.
ໃນມື້ວັນທີ 16 ພະຈິກ 1641 ທ່ານ ວັນວຸດສະຕົບ ພໍ່ຄ້າໂຮນລັງ ທີ່ໄດ້ເຂົ້າມາເຝົ້າເຈົ້າຊີວິດສຸລິຍະວົງສາ ທີ່ທາດ ຫຼວງນັ້ນ ພວກເພິ່ນໄດ້ຂຶ້ນຂີ່ຊ້າງທັງ 6 ໂຕ ແຫ່ໄປເຝົ້າເຈົ້າຊີວິດ ເພື່ອນຳຈົດໝາຍນາຍພົນ ວັນເດີເມັນ ຊຶ່ງເປັນຜູ້ວ່າການ ເຂດອານານິ ຄົມສົ່ງມາຂາບຖວາຍ ທ່ານ ວັນວຸດສະຕົບ ໄດ້ບັນທຶກສິ່ງທີ່ຕົນພົບເຫັນກຳແພງເມືອງນີ້ວ່າ: ລະຫວ່າງ 2 ຟາກຂ້າງແຖວທະຫານສຸດແລ້ວ ກໍໄດ້ໄປເຖິງປະຕູວຽງດ້ານຊົນນະບົດ (ດ້ານນອກ) ຂະນະນັ້ນ ພວກເຮົາເຫັນວ່າ: ຕົວວຽງ ຖືກອ້ອມຮອບດ້ວຍກຳແພງຫີນສີແດງ ສູງກ່ວາຄົນທີ່ຢືນຢູ່ເທິງຫຼັງຊ້າງ ຢູ່ຕີນກຳແພງ ມີຄອງນ້ຳ... ການເວລາຢູ່ໃນຂອບເຂດຂອງ 450 ປີນັ້ນ ພວກເຮົາຍັງພໍເຫັນກຳແພງເມືອງທີ່ຍັງເຫຼືອຢູ່ ເນື່ອງຈາກໄລຍະ ຫຼັງໆ ເສດຖະກິດສັງຄົມມີການຂະຫຍາຍຕົວ ການກໍ່ສ້າງ ການລ້ຽງສັດ-ປູກຝັງໄດ້ກືນເອົາອານາເຂດທີ່ເປັນກຳແພງເມືອງ ໄປຈົນເກືອບໝົດ.
ສິ່ງທີ່ເຫຼືອຢູ່ກໍຍັງພໍມີໃຫ້ເຫັນຮ່ອງຮອຍບໍ່ເຕັມ 100% ຢູ່ທີ່ບ້ານໜອງໄຮໃຕ້ ເມືອງຫາດຊາຍຟອງ ຊຶ່ງມີປ້າຍຂຽນ ບອກເຂດອະນຸຮັກ ແລະ ອີກແຫ່ງໜຶ່ງຢູ່ທີ່ຮ່ອງໄກ່ແກ້ວ ໃກ້ໆກັບພັດຕະຄານຊ້າງເຜືອກ ກໍມີຮ່ອງຮອຍເປັນຄູຂຶ້ນໃຫ້ເຫັນ ເຊັ່ນກັນ ຖ້າທຽບໃສ່ກັບທ່ານ ວັນວຸດສະຕົບ ຂຽນແລ້ວແມ່ນໄກກັບເພິ່ນບອກ ວ່າສູງເທົ່າຊ້າງຕົວໃຫຍ່ຕົວໜຶ່ງ ບວກກັບຄົນ ຢືນ ສ່ວນລວງຍາວແຕ່ໃສຫາໃສນັ້ນ ຜູ້ຂຽນເຄີຍຂຽນແນະນຳມາແລ້ວໃນໜັງສືພິມສະບັບນີ້ ເມື່ອວັນທີ 16/3/2009 ຜ່ານມາ ເພື່ອໃຫ້ຜູ້ອ່ານໄດ້ໃກ້ຊິດກັບກຳແພງນີ້ ແລະ ພາລູກຫຼານມາເບິ່ງໄດ້.
ແຕ່ເຖິງວ່າການປົກປັກຮັກສາໃຫ້ຄົງໄວ້ຢ່າງເດີມນັ້ນເປັນໄປໄດ້ຍາກກໍຕາມ ແຕ່ເວລານີ້ຫາອະນາຄົດນັ້ນ ຄົງຈະ ພໍມີຫວັງ ເນື່ອງຈາກມີການຈັດຕັ້ງຮັບຜິດຊອບຄັກແນ່ຄົບຖ້ວນ ສຳຄັນມີປ້າຍບອກອະທິບາຍລະອຽດພໍຄວນ ດັ່ງນັ້ນ ຜູ້ໄປຊົມ ຈຶ່ງບໍ່ຈຳເປັນຕ້ອງມີຜູ້ນຳທ່ຽວໄປຮ່ວມກໍໄດ້ ແລະ ກໍແມ່ນສິ່ງໜຶ່ງທີ່ສຳຄັນໃນໄລຍະ 450 ປີ ແຫ່ງການຍ້າຍນະຄອນຫຼວງ ຈາກນະຄອນຊຽງທອງ ຫຼວງພະບາງ ມາສູ່ນະຄອນຫຼວງວຽງຈັນ.
From ໜັງສືພິມວຽງຈັນໃໝ່
ນາງສາວລາວ ເປັນນາງສາວ ເອຊຽນອະເມຣິກັນປະຈຳປີ 2009
ນາງງາມເຊື້ອສາຍລາວ-ອະເມຣິກັນທີ່ໄດ້ປ່ຽນໂສມ ແລະ ຖານະບົດບາດມາເປັນນາງສາວເອຊຽນອະເມຣິກັນປະຈຳປີ 2009 ນັ້ນ ກໍ່ຄືນາງ ເອມີ້ ຈັນທະຜາວົງ ທີ່ສາມາດຄວ້າຕຳແຫນ່ງລາງວັນຊະນະເລີດຈາກຜູ້ເຂົ້າປະກວດທັງຫົມດ 100 ກວ່າຄົນ.
ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບງານປະກວດນາງສາວອາຊຽນອະເມຣິກັນ 2009 (Miss Asian American 2009) ຂອງ ລັດແຄລິຟໍເນຍ ແລະ ສາວງາມທີ່ຝ່າດ່ານສາວງາມ 100 ກວ່າຊີວິດມາໄດ້ເປັນອັນດັບ1 ໄດ້ແກ່ ນ. ເອມີ້ ຈັນຈັນທະຜາວົງ ສາວງາມ ເຊື້ອສາຍລາວຈາກລັດນິວຢອກ. ຄອບຄົວຂອງເອມີ້ແມ່ນມາຈາກຕະກູນຫລວງວິເສດ ເຊິ່ງຖືໄດ້ວ່າເປັນຕະກູນໃຫຍ່ເປັນທີ່ຮູ້ຈັກກັນໃນວົງ ປະຊາຄົມລາວທີ່ເມືອງ San Siego.
ເອມີ້ ຈົບການສຶກສາປະລິນຍາຕີ ສາຂາລັດຖະສາດ ແລະ ບໍລິຫານທຸລະກິດ ແລະ ຮຽນກົດຫມາຍ 1 ປີ ກ່ອນທີ່ຈະເຂົ້າສຶກສາຕໍ່ ທີ່ສະຖາບັນເຄື່ອງນຸ່ງປະຈຸບັນເອມີ້ທັງຮຽນ ແລະເຮັດວຽກໄປພ້ອມກັນ ເອມີ້ເຮັດວຽກເປັນຜູ້ຈັດການຝ່າຍບໍລິຫານທີ່ບໍລິສັດເອກະຊົນແຫ່ງ ຫນຶ່ງທີ່ຜະລິດຊອບແວຣ໌ ໃນນິວຢອກ.
ເອມີ້ ໄດ້ໃຫ້ສຳພາດກັບທາງ VOA ວ່າ "ຕອນທຳອິດນັ້ນເອມີ້ບໍ່ໄດ້ໄດ້ຕັ້ງໃຈຈະເຂົ້າຮ່ວມການປະກວດເລີຍ ບັງເອີນວ່າ ເອມີ້ໄດ້ໄປ ຮ່ວມການຈັດກິດຈະກຳບຸນປີໃຫມ່ລາວທີ່ແຄລິຟໍເນຍ ແລະ ມີໂອກາດໄດ້ພົບກັບນາງ ໂລສ ຜູ້ສ້າງຕັ້ງກອງປະກວດນາງສາວເອຊຽນອະ ເມຣິກັນ ລາວກ່າວວ່າ ເອມີ້ເຫມາະສົມທີ່ຈະເປັນ 1 ໃນນາງສາວເອຊຽນ ລາວພະຍາຍາມຕິດຕໍ່ທັງທາງໂທລະສັບຫລາຍໆເທື່ອ ແລະ ທາງອິນເຕີເນັດ ຕອນນັ້ນເອມີ້ຍັງບໍ່ແນ່ໃຈປານໃດ ຈົນວ່ານາງ ໂລສ ໄດ້ກ່າວວ່າ ເອມີ້ ຄືແມ່ຍິງລາວຄົນທຳອິດທີ່ຈະໄດ້ເປັນຕົວແທນ ຂອງປະຊາຄົມລາວໃນອະເມຣິກາທີ່ໄດ້ເຂົ້າຮ່ວມການປະກວດເທື່ອນີ້ ເອມີ້ຈິ່ງຕັດສິນໃຈເຂົ້າປະກວດ. ສາເຫດທີ່ເອມີ້ ເຂົ້າປະກວດເທື່ອ ນີ້ຍ້ອນວ່າ "ຢາກໃຫ້ຄົນໄດ້ຮູ້ຈັກປະເທດລາວຫລາຍຂຶ້ນກວ່າເກົ່າຮູ້ຈັກວິຖີການດຳລົງຊີວິດ ຂະຫນົບທຳນຽມປະເພນີ ແລະ ວັດທະນະ ທຳອັນດີງາມຂອງລາວເຮົາ".
ໃນການປະກວດເທື່ອນີ້ ເອມີ້ ໄດ້ໃຊ້ຊຸດປະຈຳຊາດລາວຂຶ້ນສະແດງເທິງເວທີ ເຊິ່ງກໍ່ໄດ້ຮັບສົນໃຈຫລາຍຈາກຊາວຕ່າງປະເທດ ເຊິ່ງ ຈະມີ 2 ຊຸດດ້ວຍກັນທີ່ໃຊ້ສະແດງ ຄື ຊຸດແພໄຫມຄຳສີດຳທີ່ຈົກທໍດ້ວຍໄຫມຄຳສີທອງ (ໃສ່ປະກວດໃນຮອບທີ1 ແນະນຳຕົນເອງ), ຊຸດ ສີຟ້າຈົກລາຍດ້ວຍສີທອງ (ໃສ່ປະກວດໃນຮອບ2) ເຊິ່ງຮອບນີ້ເອມີ້ໄດ້ສະແດງຄວາມສາມາດການຟ້ອນຂອງແມ່ຍິງລາວ ຢ່າງອ່ອນຊ້ອຍ ເອົາຊະນະໃຈກຳມະການ ແລະ ຜູ້ຊົມຈົນຄວ້າຕຳແຫນ່ງ Miss Asian American 2009 ມາຄອງ.