ພາຍຫລັງປ່ຽນຊື່ຈາກ ນາງສາວອາພອນລາວ ມາເປັນ ນາງສາວລາວເພື່ອຍົກລະດັບການປະກວດ ໃຫ້ສູງຂຶ້ນ ກຽມກ້າວໄປສູ່ເວທີປະກວດນາງງາມໂລກ, ທາງຄະນະຜູ້ຮັບຜິດຊອບໂຄງການປະກວດຈຶ່ງເພີ່ມລາງວັນໃຫ້ຕຳແໜ່ງນາງສາວລາວມູນຄ່າ 100 ກວ່າລ້ານກີບໃນນັ້ນ ລວມລົດໃຫຍ່ຍີ່ຫໍ້ BYDພ້ອມ, ນອກຈາກນີ້ ກໍຍັງມີອີກຫລາຍໆລາງວັນສຳລັບຜູ້ເຂົ້າປະກວດລວມມູນຄ່າ 350 ລ້ານກວ່າກີບ ເຊິ່ງການຖະແຫລງຂ່າວຈັດການປະກວດນາງສາວລາວ 2009 ຫລື Miss LAOS 2009 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 7 ກັນຍາຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ພ້ອມມີຄະນະຊີ້ນຳໂຄງການ ແລະສື່ມວນຊົນຈາກພາກສ່ວນ ຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະປະທານຜູ້ຊີ້ນຳໂຄງການໄດ້ເປີດເຜີຍວ່າ: “ໂຄງການນາງສາວລາວ ແມ່ນໂຄງການ ທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວ ແຕ່ປີ 2006-2008 ເຊິ່ງສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ບໍລິສັດ ເຄແອນ ຊີ ຈຳກັດເປັນຜູ້ຈັດຕັ້ງການປະກວດຂຶ້ນ, ແຕ່ນາງສາວອາພອນລາວ ເປັນຕົວແທນໃຫ້ແກ່ ດ້ານການນຸ່ງຖືຂອງແມ່ ຍິງລາວເທົ່ານັ້ນ ຈຶ່ງປ່ຽນມາເປັນ “ນາງສາວລາວ” ໃຫ້ເປັນຕົວແທນຢ່າງຮອບດ້ານໃຫ້ແກ່ແມ່ຍິງສາວລາວໃນທົ່ວປະເທດ ເພື່ອຕອບສະໜອງ ກັບ ສະພາບການໃນໄລຍະໃຫມ່. ສຳລັບເວທີການປະກວດສາວງາມລະດັບໂລກ ລາວເຮົາກໍມີຄວາມຝັນຢາກກ້າວໄປເຖິງຈຸດນັ້ນຄືກັນ ເພາະປະເທດລາວ ບໍ່ເຄີຍຢຸດຢູ່ບ່ອນເກົ່າ. ດັ່ງທີ່ພວກເຮົາຮັບຮູ້ນຳກັນວ່າ ປີ 2020 ລາວຈະພົ້ນອອກຈາກຄວາມທຸກຍາກກ້າວໄປສູ່ຍຸກດິຈິຕອນ ແມ່ຍິງລາວກໍຕ້ອງເກັ່ງ ມີຄວາມຮູ້ ຄວາມສາມາດຄຽງຄູ່ກັບ ຄວາມງາມໂດຍບໍ່ນ້ອຍໜ້າສາວງາມຈາກປະເທດອື່ນ. ດັ່ງນັ້ນ ພວກເຮົາຈຶ່ງຊອກທຸກວິທີທາງເພື່ອໃຫ້ສາວງາມ ທົ່ວປະເທດໄດ້ເຂົ້າຮ່ວມ ການປະກວດໃນຄັ້ງນີ້ ບໍ່ວ່າຈະຢູ່ໃນຕົວເມືອງ ຫລື ຫ່າງໄກສອກຫລີກ ຖ້າຫາກມີເງື່ອນໄຂດັ່ງທີ່ກອງປະກວດໄດ້ວາງມາດຖານໄວ້ກໍໃຫ້ເຂົ້າມາ ສ່ວນເລື່ອງກິນຢູ່ພັກເຊົາ ກໍຈະຂໍໃຫ້ ພາກສ່ວນສະພາອຸດສາຫະກຳ ແລະການຄ້າຊ່ວຍ ”.
ຄະນະຊີ້ນຳໂຄງການປະກວດນາງສາວລາວ ໄດ້ສະເໜີລາງວັນທີ່ຈະໄດ້ຮັບວ່າ: “ສຳລັບຕຳແໜ່ງນາງສາວລາວ 2009 ຈະໄດ້ຮັບເງິນລາງວັນມູນຄ່າ 50 ລ້ານກີບ ພ້ອມລົດໃຫຍ່ຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ, ຊຸດຄຳໜັກ 3 ບາດ ພ້ອມມົງກຸດ ແລະ ອື່ນໆ ສ່ວນຮອງອັນດັບ 1 ໄດ້ເງິນລາງວັນ 20 ລ້ານກີບ ແລະ ຮອງອັນດັບ 2 ໄດ້ຮັບເງິນລາງວັນ 15 ລ້ານກີບ ສຳລັບຮອງອັນດັບ 3 ໄດ້ຮັບເງິນລາງວັນຜູ້ລະ 10 ລ້ານກີບ ພ້ອມນີ້ກໍຍັງມີ ລາງວັນຂວັນໃຈມວນຊົນ 5 ລ້ານກີບ, ລາງວັນ ຂວັນໃຈ ຊ່າງ ພາບ 5 ລ້ານກີບ, ລາງວັນຂວັນໃຈມິດຕະພາບ 5 ລ້ານກີບ ສ່ວນຜູ້ຕົກຮອບ ຈະໄດ້ຮັບເງິນສົດຄົນລະ 3ລ້ານກີບ ແລະ ນາງສາວລາວທັງ 5 ຕໍາແໜ່ງ ຍັງຈະໄດ້ທຶນການສຶກສາປະລິນຍາໂທ ຢູ່ວິທະຍາໄລຄອມເຊັນເຕີ ອີກດ້ວຍ. ຢ່າງໃດກໍຕາມ, ໂຮງຮຽນ ຫລື ແຂວງທີ່ສົ່ງນາງສາວເຂົ້າປະກວດຖ້າວ່າ ນາງສາວ ໄດ້ຮັບຕຳແໜ່ງ ຊະນະເລີດ ພາກສ່ວນທີ່ກ່ຽວຂ້ອງນັ້ນຈະໄດ້ຮັບເງິນສົດ 5 ລ້ານກີບ. ຖ້ານາງສາວໄດ້ຮັບຕໍາແໜ່ງຮອງອັນດັບ 1, 2 ແລະ 3 ສະຖາບັນແຂວງ ທີ່ສົ່ງເຂົ້າປະກວດຈະໄດ້ຮັບເງິນສົດ 3 ລ້ານກີບ”.
ເລີ່ມເປີດຮັບສະຫມັກສຳລັບພາກກາງ ຢູ່ນະຄອນຫລວງວຽງຈັນ ທີ່ ບໍລິສັດ ເຄ ແອນ ຊີ ຈຳກັດ ແຕ່ວັນທີ 14-18 ກັນຍາ 2009; ພາກໃຕ້: ແຂວງສະຫວັນນະເຂດ ໂຮງແຮມ ດາວສະຫວັນ ລີສອດ ແຕ່ວັນທີ 14-16 ກັນຍາ 2009 ຢູ່ແຂວງ ຈຳປາສັກ ໂຮງແຮມຈຳປາສັກພາເລດ ແຕ່ວັນທີ 17-19 ກັນຍາ 2009; ພາກເໜືອ: ແຂວງຫລວງ ພະບາງ ໂຮງແຮມ ວິນລາ ສັນຕິ ແຕ່ວັນທີ 14-16 ກັນຍາ 2009 ສ່ວນແຂວງອື່ນໆ ແມ່ນສາມາດ ເຂົ້າຮັບໃບສະຫມັກດ້ວຍຕົນເອງ ທີ່ຫ້ອງວ່າການແຂວງ, ສະຖາບັນການສຶກສາ ແລະ ສະຖານທີ່ທີ່ມີເຄື່ອງຫມາຍກອງປະກວດທົ່ວໄປຕັ້ງແຕ່ວັນທີ 14-18 ກັນຍາ 2009 ແລ້ວສົ່ງໃບສະຫມັກມາທີ່ ບໍລິສັດ ເຄ ແອນ ຊີບໍ່ໃຫ້ເກີນວັນທີ 18 ກັນຍານີ້.
Posted by
samakomlao
Monday, September 14, 2009
0 comments