ນາງງາມເຊື້ອສາຍລາວ-ອະເມຣິກັນທີ່ໄດ້ປ່ຽນໂສມ ແລະ ຖານະບົດບາດມາເປັນນາງສາວເອຊຽນອະເມຣິກັນປະຈຳປີ 2009 ນັ້ນ ກໍ່ຄືນາງ ເອມີ້ ຈັນທະຜາວົງ ທີ່ສາມາດຄວ້າຕຳແຫນ່ງລາງວັນຊະນະເລີດຈາກຜູ້ເຂົ້າປະກວດທັງຫົມດ 100 ກວ່າຄົນ.
ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບງານປະກວດນາງສາວອາຊຽນອະເມຣິກັນ 2009 (Miss Asian American 2009) ຂອງ ລັດແຄລິຟໍເນຍ ແລະ ສາວງາມທີ່ຝ່າດ່ານສາວງາມ 100 ກວ່າຊີວິດມາໄດ້ເປັນອັນດັບ1 ໄດ້ແກ່ ນ. ເອມີ້ ຈັນຈັນທະຜາວົງ ສາວງາມ ເຊື້ອສາຍລາວຈາກລັດນິວຢອກ. ຄອບຄົວຂອງເອມີ້ແມ່ນມາຈາກຕະກູນຫລວງວິເສດ ເຊິ່ງຖືໄດ້ວ່າເປັນຕະກູນໃຫຍ່ເປັນທີ່ຮູ້ຈັກກັນໃນວົງ ປະຊາຄົມລາວທີ່ເມືອງ San Siego.
ເອມີ້ ຈົບການສຶກສາປະລິນຍາຕີ ສາຂາລັດຖະສາດ ແລະ ບໍລິຫານທຸລະກິດ ແລະ ຮຽນກົດຫມາຍ 1 ປີ ກ່ອນທີ່ຈະເຂົ້າສຶກສາຕໍ່ ທີ່ສະຖາບັນເຄື່ອງນຸ່ງປະຈຸບັນເອມີ້ທັງຮຽນ ແລະເຮັດວຽກໄປພ້ອມກັນ ເອມີ້ເຮັດວຽກເປັນຜູ້ຈັດການຝ່າຍບໍລິຫານທີ່ບໍລິສັດເອກະຊົນແຫ່ງ ຫນຶ່ງທີ່ຜະລິດຊອບແວຣ໌ ໃນນິວຢອກ.
ເອມີ້ ໄດ້ໃຫ້ສຳພາດກັບທາງ VOA ວ່າ "ຕອນທຳອິດນັ້ນເອມີ້ບໍ່ໄດ້ໄດ້ຕັ້ງໃຈຈະເຂົ້າຮ່ວມການປະກວດເລີຍ ບັງເອີນວ່າ ເອມີ້ໄດ້ໄປ ຮ່ວມການຈັດກິດຈະກຳບຸນປີໃຫມ່ລາວທີ່ແຄລິຟໍເນຍ ແລະ ມີໂອກາດໄດ້ພົບກັບນາງ ໂລສ ຜູ້ສ້າງຕັ້ງກອງປະກວດນາງສາວເອຊຽນອະ ເມຣິກັນ ລາວກ່າວວ່າ ເອມີ້ເຫມາະສົມທີ່ຈະເປັນ 1 ໃນນາງສາວເອຊຽນ ລາວພະຍາຍາມຕິດຕໍ່ທັງທາງໂທລະສັບຫລາຍໆເທື່ອ ແລະ ທາງອິນເຕີເນັດ ຕອນນັ້ນເອມີ້ຍັງບໍ່ແນ່ໃຈປານໃດ ຈົນວ່ານາງ ໂລສ ໄດ້ກ່າວວ່າ ເອມີ້ ຄືແມ່ຍິງລາວຄົນທຳອິດທີ່ຈະໄດ້ເປັນຕົວແທນ ຂອງປະຊາຄົມລາວໃນອະເມຣິກາທີ່ໄດ້ເຂົ້າຮ່ວມການປະກວດເທື່ອນີ້ ເອມີ້ຈິ່ງຕັດສິນໃຈເຂົ້າປະກວດ. ສາເຫດທີ່ເອມີ້ ເຂົ້າປະກວດເທື່ອ ນີ້ຍ້ອນວ່າ "ຢາກໃຫ້ຄົນໄດ້ຮູ້ຈັກປະເທດລາວຫລາຍຂຶ້ນກວ່າເກົ່າຮູ້ຈັກວິຖີການດຳລົງຊີວິດ ຂະຫນົບທຳນຽມປະເພນີ ແລະ ວັດທະນະ ທຳອັນດີງາມຂອງລາວເຮົາ".
ໃນການປະກວດເທື່ອນີ້ ເອມີ້ ໄດ້ໃຊ້ຊຸດປະຈຳຊາດລາວຂຶ້ນສະແດງເທິງເວທີ ເຊິ່ງກໍ່ໄດ້ຮັບສົນໃຈຫລາຍຈາກຊາວຕ່າງປະເທດ ເຊິ່ງ ຈະມີ 2 ຊຸດດ້ວຍກັນທີ່ໃຊ້ສະແດງ ຄື ຊຸດແພໄຫມຄຳສີດຳທີ່ຈົກທໍດ້ວຍໄຫມຄຳສີທອງ (ໃສ່ປະກວດໃນຮອບທີ1 ແນະນຳຕົນເອງ), ຊຸດ ສີຟ້າຈົກລາຍດ້ວຍສີທອງ (ໃສ່ປະກວດໃນຮອບ2) ເຊິ່ງຮອບນີ້ເອມີ້ໄດ້ສະແດງຄວາມສາມາດການຟ້ອນຂອງແມ່ຍິງລາວ ຢ່າງອ່ອນຊ້ອຍ ເອົາຊະນະໃຈກຳມະການ ແລະ ຜູ້ຊົມຈົນຄວ້າຕຳແຫນ່ງ Miss Asian American 2009 ມາຄອງ.
0 comments