ຄວາມຝັນແຕ່ໄວເຍົາ ເປັນແຮງຈູງໃຈໃນການດຳເນີນ ຊີວິດ ແລະ ຊຸກຍູ້ໃຫ້ ດາອິຊູ ເກະ ນາການິຊິ ອາຍຸ 39 ປີ, ປະຊາຊົນແຂວງໂອຊາກາ ປະ ເທດຍີ່ປຸ່ນ ເຊິ່ງເປັນບຸກຄົນໜຶ່ງ ທີ່ມີຄວາມຝັນໃນໄວ ເຍົາວ່າຢາກ ຈະຂີ່ລົດຖີບໃຫ້ໄດ້ໄລຍະທາງ ທີ່ຍາວທີ່ສຸດໂດຍຜ່ານແຕ່ລະ ປະເທດໃນໂລກ.
ດາອິຊູເກະ ນາການິຊິ ໄດ້ ໃຫ້ສຳພາດແກ່ນັກຂ່າວພວກ ເຮົາໃນວັນທີ 22 ກໍລະກົດ 2009 ຜ່ານມາວ່າ: ຄວາມຝັນ ຂອງຂ້ອຍຕອນເປັນເດັກນ້ອຍ ແມ່ນການຂີ່ລົດຖີບອອກປະ ເຊີນໂລກກ້ວາງໃຫ້ ໄດ້ໄລຍະ ທາງທີ່ຍາວທີ່ສຸດທີ່ຕົນເອງສາ ມາດເຮັດໄດ້, ສະນັ້ນເມື່ອຕົນ ເອງເຕີບໃຫຍ່ຂຶ້ນມາ ຈຶ່ງເກີດມີ ແນວຄວາມຄິດຢາກຈະເຮັດຕາມ ຄວາມໄຝ່ຝັນຂອງຕົນໃນໄວ ເຍົາໃຫ້ປະສົບຜົນສຳເລັດດ້ວຍ ເຫດນັ້ນໃນປີ 1998 ລາວຈຶ່ງ ຕັດສິນໃຈອອກເດີນທາງພ້ອມ ດ້ວຍລົດຖີບຄູ່ໃຈຂອງລາວ ແລະ ສິ່ງຂອງທີ່ຈຳເປັນເຊັ່ນ: ອາຫານການກິນ, ນຳ້ດື່ມ, ເຕັນ ກາງນອນ ແລະ ອຸປະ ກອນ ແຕ່ງກິນຄົບ ຊຸດອອກເດີນທາງ ຈາກໂອຊາກະປະເທດຍີ່ປຸ່ນ ດ້ວຍເຄື່ອງບິນອອກຈາກປະ ເທດ ມຸ້ງໜ້າ ສູ່ທະວີບ ເອີຣົບ ຕອນເທິງແລ້ວໃຊ້ລົດຖີບ ຖີບ ຜ່ານປະເທດເຢຍລະມັນ, ອັງ ກິດ, ຝຣັ່ງ, ຣັດເຊຍ ແລ້ວອີກ ຫຼາຍໆ ປະເທດ ຊຶ່ງລວມແລ້ວ ປະມານ 128 ປະເທດ ເຊິ່ງຈຸດ ໝາຍປາຍທາງແມ່ນທະວີບ ອາຊີຕາເວັນອອກ ສ່ຽງໃຕ້ ໂດຍ ສະ ເພາະແມ່ນ ສປປ ລາວ ລວມ ໄລຍະທາງແລ້ວປະມານ 148.800 ກິໂລແມັດ, ໃຊ້ເວລາ ໃນການເດີນທາງທັງໝົດ 11 ປີ
ນີ້ແມ່ນບຸກຄົນທີ່ມີສຸຊະພາບ ແຂງແຮງທີ່ສຸດໃນການເດີນທາງ 11 ປີດ້ວຍໂຕຄົນດຽວ, ດາອິຊູ ເກະ ກ່າວວ່າ: ໃນຕອນກັບ ແມ່ນຈະຖີບລົດຂຶ້ນທາງເໜືອ ຂອງລາວ ໄປແຂວງຫລວງພະ ບາງ ແລ້ວເຂົ້າປະເທດຫວຽດ ນາມ, ຈີນ ແລະ ຈະນັ່ງເຄື່ອງ ບິນກັບປະເທດຍີ່ປຸ່ນ.
(ໂດຍ: ສ.ສິມມາລາວົງ)
Posted by
samakomlao
Tuesday, July 28, 2009
0 comments