ແຕ່ຕອນຈົບຂອງຮູບເງົາເລື່ອງ "ສະບາຍດີຫລວງພະບາງ" ໄດ້ສ້າງຄວາມສົງໄສໃຫ້ກັບຜູ້ທີ່ໄດ້ຊົມວ່າ "ຮູບເງົາເລື່ອງນີ້ຕ້ອງມີຕໍ່ພາກ 2 ເພາະວ່າມັນຈົບແບບງົງໆ ພະເອກ-ນາງເອກບໍ່ສົມຫວັງກັບຄວາມຮັກ ແລະ ເມື່ອຕົ້ນປີ 2009 ທີ່ຜ່ານມາ ເຄີຍມີກະແສຂ່າວອອກມາ ວ່າ ຈະມີການສ້າງຮູບເງົາສະບາຍດີຫລວງພະບາງພາກ 2 ຈິ່ງເຮັດໃຫ້ແຟນຮູບເງົາຫລາຍໆຄົນລໍ ຖ້າຕິດຕາມຢາກຊົມຕອນຈົບ.
ຈາກກະແສຂ່າວທີ່ໄດ້ຍິນແວ່ວໆວ່າຈະມີການສ້າງຮູບເງົາເລື່ອງ "ສະບາຍດີຫລວງພະບາງພາກ 2" ໃນໄລຍະຜ່ານມາ ເມື່ອມີກະແສ ຂ່າວອອກມາແບບນີ້ທາງທີມຂ່າວຂອງພວກເຮົາຈິ່ງບໍ່ຊ້າ ຟ້າວເຂົ້າໄປສອບຖາມລາຍລະອຽດກັບທີມຜູ້ສ້າງຮູບເງົາຂອງລາວອາຣ໌ທມີເດຍ ເຊິ່ງທາງທີມງານໄດ້ເຜີຍໃຫ້ຮູ້ວ່າທາງລາວອາຣ໌ທມີເດຍຍັງບໍ່ໄດ້ຕັດສິນໃຈ ຢ່າງໃດເທື່ອກ່ຽວກັບການສ້າງຮູບເງົາເລື່ອງ "ສະບາຍດີຫລວງ ພະບາງພາກ 2" ແຕ່ກໍ່ອາດຈະເປັນໄປໄດ້ໃນອະນາຄົດ ຖ້າຫາກວ່າທຸກສິ່ງທຸກຢ່າງມັນລົງຕົວ ແລະ ມີຄວາມພ້ອມ. ຖ້າຫາກວ່າຈະມີ ການສ້າງພາກຕໍ່ໄປອີ່ຫລີ ແນ່ນອນວ່ານັກສະແດງທັງຫມົດທັງຕົວເອກ ແລະ ຕົວສຳຮອງ ຈະຕ້ອງເປັນຄົນເກົ່າລວມເຖິງໂຄງເລື່ອງຕ້ອງ ມີຄວາມສອດຄ່ອງ ແລະ ຕໍ່ເນື່ອງຈາກພາກທຳອິດນຳ.
ສຳລັບຕອນນີ້ທ່ານຜູ້ອ່ານຈິ່ງຫມັ້ນໃຈໄດ້ວ່າ ທາງລາວອາຣ໌ທມີເດຍຍັງບໍ່ມີໂຄງການຈະສ້າງພາກ 2 ຂອງຮູບເງົາເລື່ອງດັ່ງກ່າວເພາະ ວ່າຂະນະນີ້ທາງລາວອາຣ໌ທມີເດຍກຳລັງ ຂຸ້ນຂ້ຽວເລັ່ງເປີດກ້ອງເດີນຫນ້າຖ່າຍທຳຮູບເງົາເລື່ອງໃຫມ່ "ຂໍພຽງຮັກ" ເຊິ່ງເປັນຮູບເງົາເລື່ອງ ທີ 4 ຂອງລາວອາຣ໌ທມີເດຍທີ່ໄດ້ 2 ນັກຮ້ອງຊາຍຂວັນໃຈສາວໆ ຄື "ໄຊ" ຫນຸ່ມຜິວເຂັ້ມ (ວົງເອວເອຟາຍ) ມາຮັບບົດເປັນພະເອກໃນ ເລື່ອງ ແລະ ຫນຸ່ມ "ຕາມ່ອງ" ຫນຸ່ມຫນ້າໄສ (ວົງເອວເອຟາຍ) ມາຮັບບົດເປັນໂຕກົງນຳອີກ.
ແຟນຮູບເງົາທຸກຄົນກຽມຊົມ ແລະ ໃຫ້ກຳລັງໃຈກັນໄດ້ ໃນຮູບເງົາເລື່ອງ "ຂໍພຽງຮັກ" ເຊິ່ງມີກຳນົດອອກສາຍພ້ອມກັນທົ່ວປະເທດ ໃນທ້າຍປີ 2009 ນີ້.
ນາງເອກລະຄອຂໍພຽງຮັກ
nang aek ngarm nc ^_^, khue ja muan ....kham lang lor tha bg u vai2 der Laoatmedie