ນາງສາວອາພອນລາວ ຍົກລະດັບເປັນ ນາງສາວລາວ ຫວັງປູທາງໃຫ້ນາງສາວລາວກ້າວສູ່ລະດັບພາກພື້ນ ແລະ ສາກົນເທື່ອ ລະກ້າວ; ຂະນະທີ່ຮູບແບບຂອງການປະກວດຄວາມງາມ ຍັງຮັກສາເດີມຄືກັບການປະກວດ ນາງສາວອາພອນລາວໃນປີທີ່ຜ່ານມາ.
ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຮ່ວມກັບສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ສູນກາງສະຫະພັນແມ່ຍິງລາວ, ກຸ່ມບໍ ລິສັດເຄແອນຊີ ຈຳກັດ ໄດ້ຈັດໃຫ້ມີການຖະແຫລງຂ່າວ ງານປະກວດນາງສາວລາວ ປີ 2009 ຂຶ້ນຢ່າງເປັນທາງການໃນມື້ວານນີ້ທີ່ໂຮງ ແຮມດອນຈັນພາເລດ ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ວັດທະ ນະທຳ, ທ່ານ ສີແພງ ວົງປັນຍາ ຫົວຫນ້າກົມວັດທະນະທຳມະຫາຊົນ. ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ຮອງຫົວຫນ້າໂຄສະນາອົບຮົມ ແລະ ວັດທະນະທຳສູນກາງສະຫະພັນແມ່ຍິງລາວ, ຮອງປະທານກຸ່ມບໍລິສັດ ເຄແອນຊີ ຈຳ ກັດ, ອຳນວຍການບໍລິສັດເຄແອນຊີ ຈຳກັດ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການນາງສາວລາວ ແລະ ແຜນການເຄື່ອນໄຫວຕົວຈິງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ໃນການປະກວດນາງສາວລາວປີ 2009 ນີ້ຖື ວ່າເປັນຄັ້ງທຳອິດເຊິ່ງຈະໄດ້ຈັດ ໃຫ້ມີຂຶ້ນໃນວັນທີ 21 ພະຈິກ 2009, ເຊິ່ງການປະກວດຄັ້ງນີ້ແມ່ນມີຈຸດປະສົງເພື່ອເຮັດໃຫ້ການປະກວດນາງສາວມີຄວາມໃກ້ຄຽງກັບບັນ ດາປະເທດໃນພາກພື້ນ ແລະ ສາກົນ, ທັງເປັນການເຮັດໃຫ້ນາງສາວລາວ ໄດ້ກ້າວຂຶ້ນສູ່ເວທີປະກວດໃນລະດັບສາກົນ, ເຖິງຢ່າງໃດກໍ່ ຕາມ ການປະກວດດັ່ງກ່າວແມ່ນຈະມີຄວາມຄ້າຍຄືກັນກັບການປະກວດຂອງປະເທດທີ່ຢູ່ອ້ອມຂ້າງຂອງ ສປປ ລາວ, ແຕ່ການປະກວດ ແມ່ນຈະໄດ້ຄ່ອຍດຳເນີນໄປຕາມຈັງຫວະ.
ໂຄງການນາງສາວລາວແມ່ນໂຄງການຫນຶ່ງທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວທີ່ໄດ້ເລີ່ມຈັດມາແຕ່ປີ 2006-2008 ໂດຍແມ່ນສູນກາງສະຫະພັນແມ່ຍິງລາວ ຮ່ວມກັບບໍລິສັດເຄແອນຊີຈຳ ກັດເປັນຜູ້ຂຶ້ນ. ໃນໄລຍະຜ່ານມາງານປະກວດນາງສາວອາພອນ ລາວຖືວ່າປະສົບຜົນສຳເລັດເປັນຢ່າງດີ ແລະ ໄດ້ຮັບຄວາມນິຍົມຈາກມວນຊົນທັງພາຍໃນ ແລະຕ່າງປະເທດຢ່າງກວ້າງຂວາງ. ແຕ່ເຖິງ ຢ່າງໃດກໍ່ຕາມ ການປະກວດດັ່ງກ່າວກໍ່ເປັນພຽງແຕ່ດ້ານການນຸ່ງຖຶຂອງແມ່ຍິງລາວເທົ່ານັ້ນ ແຕ່ຫາກຍັງບໍ່ສາມາດເປັນຕົວແທນໄດ້ຢ່າງ ຮອບດ້ານໃຫ້ແກ່ຍິງສາວລາວໃນທົ່ວປະເທດ, ດັ່ງນັ້ນທາງຄະນະກຳມະການຈັດງານຈິ່ງໄດ້ພ້ອມກັນຄົ້ນຄວ້າເຫັນວ່າມີຄວາມຈຳເປັນຕ້ອງ ໄດ້ປ່ຽນຊື່ງານປະກວດຈາກ "ນາງສາວອາພອນລາວ"ມາເປັນ"ນາງສາວລາວ" ເພື່ອຕອບສະຫນອງກັບສະພາບໃນໄລຍະໃຫມ່, ຮູບການ ນຸ່ງຖືກໍ່ຄືການຈັດງານ ຍັງອີງໃສ່ຮູບແບບເກົ່າຂອງງານປະກວດນາງສາວອາພອນລາວ. ການປະກວດນີ້ແມ່ນແນໃສ່ໃຫ້ກວມເອົາທຸກເຂດ ແຂວງໃນທົ່ວປະເທດ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຖ.ວ ກ່າວ.
ໃນການປະກວດນາງສາວລາວປະຈຳປີ 2009 ນີ້ ທາງຄະນະກຳ ມະການຈັດງານຈະໄດ້ເລີ່ມຮັບສະຫມັກຍິງສາວລາວເຂົ້າຮ່ວມປະ ກວດແຕ່ວັນທີ 14-18 ກັນຍາ 2009, ສຳລັບເຂດພາກກາງສະຫມັກທີ່ບໍລິສັດ ເຄແອນຊີ ຈຳກັດ, ພາກເຫນືອທີ່ແຂວງຫລວງພະບາງ ໂຮງແຮມ ວິນລາສັນຕິ ແຕ່ວັນທີ 14Œ16 ກັນຍາ 2009, ພາກໃຕ້ທີ່ແຂວງສະຫວັນນະເຂດໂຮງແຮມດາວສະຫວັນ ຣີສອດ ແຕ່ວັນທີ 14-16 ກັນຍາ 2009, ແລະ ທີ່ແຂວງຈຳປາສັກທີ່ໂຮງແຮມຈຳປາສັກພາເລດ ແຕ່ວັນທີ 17-19 ກັນຍາ 2009. ສຳລັບ ລາງວັນລວມ ມູນຄ່າຫລາຍກວ່າ 350 ລ້ານກີບ ໂດຍອັນດັບ 1 (ໄດ້ຮັບຕຳແຫນ່ງນາງສາວລາວປີ 2009) ຈະໄດ້ລາງວັນລວມມູນຄ່າ 50 ລ້ານກີບ ພ້ອມລົດໃຫຍ່ຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ, ຊຸດຄຳ 3 ບາດ, ພ້ອມມຸງກຸດ, ສາຍສະພາຍ ແລະດອກໄມ້. ນອກນັ້ນ ຍັງມີຜູ້ໃຫ້ການ ສະຫນັບສະຫນູນຄຳອີກ 5 ບາດ ສ່ວນວິທະຍາໄລຄອມເຊັນເຕີ ຍັງຈະໄດ້ໃຫ້ທຶນການສຶກສາລະດັບປະລິນຍາໂທ ແກ່ນາງສາວລາວທີ່ ໄດ້ອັນດັບ 1-5 ນຳອີກ.
That's good news