ນັກໂພຊະນາການຢືນຢັນວ່າ ຫມາກເຜັດ ເປັນພືດທີ່ມີປະໂຫຍດຈິງແທ້ ເພາະວ່າ ຄວາມເຜັດຂອງມັນ ມາຈາກສານ ແຄັບໄຊຊິນ ແລະ ແກ່ນຂອງ ມັນກໍ່ມີ ວິຕາມີນເອ, ຊີ, ແຄວຊຽມ ແລະ ທາດເຫລັກອີກດ້ວຍ. ຫມາກເຜັດ ຊຶ່ງມີຖິ່ນກຳເນີດໃນທະວີບອາເມລິກາໃຕ້ ຊຶ່ງ ມີຄົນຕ່າງປະເທດນຳເຂົ້າມາໃນຂົງເຂດອາຊີ ມາແຕ່ດົນນານແລ້ວ.
ຫມາກເຜັດ ນັບທັງຫມາກເຜັດຂີ້ຫນູ, ເມື່ອກິນແລ້ວເຜັດຫລາຍນັ້ນ ພວກມັນມີປະໂຫຍດຫລາຍທີ່ສຸດ ຊຶ່ງບໍ່ພຽງແຕ່ໃຫ້ຄວາມເຜັດແຕ່ຢ່າງດຽວ, ແຕ່ຍັງ ເພີ່ມສານ ແຫ່ງຄວາມສຸກ “ເອັນໂດຣຟີນ”ໃຫ້ແກ່ຜູ້ທີ່ມັກກິນເຜັດ. ນອກນັ້ນຍັງ ບັນເທົາອາການເຈັບປວດ, ໄຂ້ຫວັດ, ຫລຸດຜ່ອນການມີນ້ຳມູກ. ຂະນະດຽວກັນ ຍັງສາ ມາດ ລະ ລາຍຂີ້ກະເທີ່ ນຳອີກ. ສຳລັບຄົນທີ່ ມີອາການຫອບຫືດ, ກິນຫມາກເຜັດແລ້ວ ຈະດີຫລາຍ ເພາະຈະເຮັດໃຫ້ຫລອດລົມຂະຫຍາຍຕົວໄດ້ດີ ແລະ ບໍ່ຫົດ-ເຄັ່ງ. ດັ່ງນັ້ນ, ຜູ້ໃດເປັນພະຍາດຫອບຫືດ, ມີອາການພູມແພ້ ຕ້ອງ ກິນຫມາກເຜັດເປັນປະຈຳຈະດີຂຶ້ນ.
ຫມາກເຜັດ ຍັງສາມາດຫລຸດຜ່ອນປະລິມານ ຄໍເຣດສະເຕີຣອນ ໄດ້ອີກ ຊຶ່ງຈາກການວິໄຈຂອງນັກວິທະຍາສາດເຫັນວ່າ ຫມາກເຜັດ ສາມາດເພີ່ມອຸນຫະ ພູມໃນ ຮ່າງ ກາຍຂອງຄົນເຮົາ , ມີປະໂຫຍດໃນການຄວບຄຸມນ້ຳຫນັກ. ເມື່ອກິນຫມາກເຜັດ ຈະບໍ່ເຮັດໃຫ້ຄົນເຮົາຮູ້ສຶກ ຢາກເຄື່ອງຫວານ, ຂະນະດຽວກັນກໍຍັງສາມາດ ຫລຸດຜ່ອນຄວາມສ່ຽງໃນການເກີດພະຍາດມະເຮັງອີກດ້ວຍ.
ຄັດຈາກຫນັງສືພິມຂ່າວສານປະເທດລາວ
Posted by
samakomlao
Monday, July 20, 2009
0 comments