
ທ່ານທອງທັດ ແກ້ວບຸນມີໄຊ ຮອງຫົວຫນ້າຫ້ອງການທ່ອງທ່ຽວແຂວງອັດຕະປືໄດ້ໃຫ້ສຳພາດວ່າ: ອັດຕະປືເປັນແຂວງຫນຶ່ງທີ່ຕັ້ງຢູ່ທາງພາກໃຕ້ສຸດຂອງລາວ ເບື້ອງຕາເວັນອອກສຽງໃຕ້ເຊິ່ງນອນຢູ່ໃນເຂດສາມຫລ່ຽມພັດທະ ນາເສດຖະກິດລະຫວ່າງລາວ-ຫວຽດນາມ, ກຳປູເຈຍ ເຊິ່ງປະຈຸບັນກຳລັງ ສ້າງໃຫ້ເປັນເຂດພັດທະນາການສົ່ງເສີມ, ການຄ້າ, ການ ທ່ອງທ່ຽວໃນອະນຸພາກພື້ນສາມຫລ່ຽມເສດຖະກິດພັດທະນາ, ແຂວງອັດຕະປືເປັນ ແຂວງທີ່ມີມູນເຊື້ອຕໍ່ສູ້ອັນພິລາດອາດຫານຍາວນານ ມາຕັ້ງແຕ່ສະໄຫມບັນພະບູລຸດລາວ ໂດຍມີຕຳນານກ່າວ ຂານເລື່ອງພະເຈົ້າໄຊຍະເສດຖາທິລາດເຄື່ອນທັບລົງມາປາບກະບົດຂອມຈົນ ໄດ້ສີ້ນພະຊົນໃນດິນແດນແຫ່ງນີ້.

ນອກຈາກນີ້ ປະຫວັດສາດທີ່ຕິດພັນກັບຊາດລາວແລ້ວ ແຂວງອັດຕະປື ຍັງມີຄວາມໂດດເດັ່ນທາງດ້ານວັດທະນະທຳທີ່ເຕົ້າໂຮມ ແລະ ຢູ່ຮ່ວມກັນຂອງປະຊາຊົນບັນດາເຜົ່າ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ແລະ ແຂວງອັດຕະປືກໍ່ເປັນອີກແຂວງຫນຶ່ງ ທີ່ມີສະຖານທີ່ ແຫລ່ງທ່ອງທ່ຽວອັນສວຍສົດງົດງາມ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວຫນອງຟ້າຫນອງ ດັ່ງກ່າວເປັນແຫລ່ງທ່ອງທ່ຽວແຫ່ງຫນຶ່ງທີ່ ມີຊື່ສຽງ ແລະ ພວມໄດ້ຮັບຄວາມນິຍົມຊົມຊອບຂອງກຸ່ມນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອັນເນື່ອງມາຈາກຄວາມສວຍ ສົດງົດງາມ ແລະ ຫນ້າອັດສະຈັນນັ້ນເອງ ຈິ່ງເຮັດໃຫ້ມີຜູ້ຄົນສົນໃຈຕໍ່ແຫລ່ງທ່ອງທ່ຽວແຫ່ງນີ້ຄື: ຫນອງຟ້າເຊິ່ງຕັ້ງຢູ່ບໍລິເວນວັງຕັດທີ່ ຂຶ້ນກັບເມືອງຊານໄຊ ແຂວງອັດຕະປື ເຊິ່ງຫ່າງຈາກເທດສະບານເມືອງສາມັກຄີໄຊ ປະມານ 60 ກິໂລແມັດ ທ່ານຍັງໄດ້ກ່າວຕື່ມອີກ ວ່າ ຈາກການເລົ່າສືບທອດກັນມາຈົນເຖິງທຸກວັນນີ້ ຫນອງຟ້າເກີດມາຈາກສາຍນ້ຳເຊຂະຫມານໄຫລລົງມາປະສົມກັບນ້ຳເຊກອງຢູ່ໃນ ບໍລິເວນທ່າຂ້າມເຮືອໄປເມືອງພູວົງ ເຊິ່ງເປັນສະຖານທີ່, ເປັນບ່ອນທີ່ສາຍນ້ຳເຊກອງທີ່ລ່ອງລົງໄປສູ່ທະເລສາບອ່າວຕົງແກງປະເທດ ກຳປູເຈຍ.

ຫນອງຟ້າເກີດຂຶ້ນລະຫວ່າງກາງຫົວພູຈຸ້ມຈາກເສັ້ນທາງທີ 18 B ເຂົ້າໄປປະມານ 64 ກິໂລແມັດ ຈະໄປເຖີງບໍລິເວນຫນອງຟ້າຖື ວ່າເປັນຫນອງນ້ຳທີ່ໃຫຍ່ອັນຫນຶ່ງມີນ້ຳໃສສີຟ້າຕະຫລອດປີເຊິ່ງມີຄວາມ ກວ້າງ 1 ກິໂລແມັດມົນທົນ ສ່ວນຄວາມເລິກຍັງບໍ່ທັນມີໃຜຮູ້ ແນ່ນອນເທື່ອ.
ມາຮອດປະຈຸບັນນີ້ຍັງບໍ່ມີພາກ ສ່ວນໃດເຂົ້າໄປວັດແທກວ່າຫນອງຟ້າເລິກເທົ່າໃດແຕ່ຈາກການຄົ້ນຄວ່າ ບໍລິເວນຮອບຂ້າງຈິ່ງສັນນິ ຖານວ່າ ຫນອງຟ້າອາດເກີດມາຈາກພູໄຟລະເບີດຂຶ້ນ ເມື່ອຫລາຍໆພັນປີກ່ອນຈົນເກີດເປັນປ່ອງພູເຂົາ ໄຟໃຫຍ່ຈົນກາຍມາເປັນຫນອງ ຟ້າທຸກວັນນີ້ ແຕ່ມີ ຊາວບ້ານຈຳນວນຫນຶ່ງເຊື່ອວ່າ: ຫນອງຟ້າມີຄວາມສັກສິດຄືທຸກໆວັນສິນຈະປາກົດເຫັນແສງໄຟທີ່ສົ່ງແສງອອກມາ ຈາກພື້ນນ້ຳແລະມີນ້ຳປູນສີຂາວຂຶ້ນມາຈາກຫນ້ານ້ຳ ແຕ່ພິເສດໄປກວ່ານັ້ນໃນຫນອງຍັງ ມີແຕ່ປາຄໍ່ກັ້ງເທົ່ານັ້ນທີ່ອາໄສຢູ່ໃນຫນອງຟ້າ ຫລື ຫາກທ່ານນັກທ່ອງທ່ຽວຫາກມີໂອກາດໄປແຂວງອັດຕະປືຢ່າລືມໄປແວະຊົມ, ໄປສຳຜັດກັບສະຖານທີ່ດັງກ່າວໄດ້.
ngarm dee mi o kard ja pai bg 55555
ໜອງຟ້າງາມອີຫລີ...ມີວັນໜຶ່ງ...ຕ້ອງໄປໃຫ້ໄດ້!!!!!